Storm in the South, Tropical Storm (Level: Level1) From 2022-04-28 to 2022-04-29 Location: Savanakhet, Salavan, Xekong, Champasak, Attapu Province.

ແຜນທີ່ພະຍາກອນອາກາດ

ແຜນທີ່ອຸທົກກະສາດ

ຂ່າວໃຫມ່

  • ພະແນກຕານ່າງອຸຕຸນິຍົມ ແລະ ແຜ່ນດິນໃຫວ

    ໃນໄລຍະໜຶ່ງອາທິດຜ່ານມາໄດ້ພົບສັນຍານການເກີດແຜ່ນດິນໃຫວ ແລະ ໃກ້ຄຽງປະເທດລາວຈໍານວນ 1 ຄັ້ງຢູ່ເຂດ , ເມືອງມິງ ແຂວງ ບໍແກ້ວ ,ເຊຶ່ງມີຄວາມແຮງສັ່ນສະເທືອນຢູ່ໃນລະຫວ່າງ 2.0 ຣິກເຕີ ແລະ ເລິກຈາກໜ້າປະມານ 10 ກິໂລແມັດ

  • ພະແນກຕາໜ່າງສະຖານີອຸຕຸນິຍົມ ແລະ ແຜ່ນດິນໄຫວ

    ກົມອຸຕຸນິຍົມ ແລະ ອຸທົກກະສາດ

    ພະແນກຕາໜ່ າງສະຖານີອຸຕຸນິຍົມ ແລະ ແຜ່ ນໄຫວ

      - ອີງຕາມ ຂໍໍ້ຕົກລົງຂອງລດັຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິື່ງແວດລອ້ມ ວ່າດວ້ຍການຈດັຕັໍ້ງປະຕີບັດ ແລະ ການເຄື່ອນໄຫວວຽກງານ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ສະບັບເລກທີ0684/ກຊສ. ລົງວັນທີ25 ກຸມພາ 2022;  

    ພະແນກຕາໜ່າງສະຖານີອຸຕຸນິຍົມ ແລະ ແຜ່ນດິນໄຫວ ໄດ້ຮັບບຸລິມະສິດໃນການຈັດຕັ້ງປະຕິບັດເພີ່ມສະຖານີຕິດຕາມ ແລະ ວັດແທກແຜ່ນດິນໄຫວຈຳນວນ 4 ແຫ່ງ.  

    - ອີງຕາມ ການຕົກລົງເຫັນດີ ສ້າງສະຖານີແຜ່ນດິນໄຫວເພີ່ມ ລະຫ່ວາງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ໂຄງການ ຊ່ວຍເຫຼືອຈາກອົງການແຜ່ນດິນໄຫວ ສ.ປ ຈີນ. 

    - ອີງຕາມ ຄວາມຮຽກຮ້ອງຕ້ອງການຂອງກົມອຸນິຍົມ, ມີຄວາມຕ້ອງການຂະຫຍາຍຕາຫນ່າງ ສະຖານີແຜ່ນດິນໄຫວ ເພື່ອຄຸນະພາບ ແລະ ຄວາມຊັດເຈນຂອງຂໍໍ້ມູນແຜ່ນດິນໄຫວ.  

    1. ສະພາບລວມ

    ໃນລະຫວ່າງວັນທີ 4-13 ກໍລະກົດ 2023, ທິມງານ ວິຊາການ ແຜ່ນດິນໄຫວ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດພ້ອມດ້ວຍ ຊ່ຽວຊານ ຈາກ ສ.ປ ຈີນ, ໄດ້ປະຕິບັດຕາມເຕັກນິກວິຊາການ ເຊັ່ນ:  

    ພື້ນທີ່ບໍ່ຄວນມີໂຄງສ້າງພື້ນຖານຂະໜາດໃຫ່ຍຢູ່ອ້ອມຮອບສະຖານທີື່, ສິ່ງດັ່ງກ່າວຈະສົ່ງຜົນກະທົບຕໍ່ຄຸນນະພາບຂອງຂໍໍ້ມູນ ສັງເກດແຜ່ນດິນໄຫວ, ວາງເຄື່ອງວັດແທກຄື້ນນແຜ່ນດິນໄຫວ Seismometer ແລະ ເຄື່ອງວັດແທກ ສັນຍານດາວທຽມ Gnss ໃນສະຖານທີ່ດັ່ງກ່າວ ຢ່າງໜ້ອຍສຸດ24 ຊົ່ວໂມງ ເຖິງ 48 ຊົ່ວໂມງ ຈຶ່ງພຽງພໍໃນການປະມວນຜົນຂໍໍ້ມູນ, ພວກເຮົາໄດ້ດໍາເນີນການ ວິເຄາະຜົນໄດ້ຮັບ ຂໍໍ້ມູນການທົດສອບ ເພື່ອກໍາໜົດຄັດເລືອກສະຖານທີ່ເໝາະສົມ ແລະ ວາງແຜນດັດແກ້ສໍາເລັດແລ້ວ.

    1.       ແຂວງ ໄຊຍະບູລີ, ເມືອງຊຽງຮ່ອນ:  ດ້ານເຕັກນິກ: Longitude:100°48′36.3″E, Latitude:19°37′14.11″N, Elevation:531.91m(Measuring with GPS, 12h ຄວາມໜາແໜ້ນຂອງເງົາແສງອັດຕາເລັ່ງຂອງດິນ, ຄ່າ RMS ສະເລ່ຍຂອງ, EW, ແລະ NS ໃນແຖບຄວາມຖີ່ 1-20Hz ແມ່ນ 2.23E-07, 2.27E-07, ແລະ 2.61E-07, ດັ່ງທີ່ສະແດງໂດຍການວິເຄາະການທົດສອບ ແລະ ການປະມວນຜົນ. ພື້ນຖານຂອງສະຖານທີ່ ເມືອງ Xeinghon ແມ່ນຈັດລະດັບ IV ສັນຍານລົບກວນຂອງສິ່ງແວດລ້ອມ.

    1. ບໍ່ແກ້ວ, ເມືອງເມີງ: ດ້ານເຕັກນິກ: Longitude:100°27′16″E, Latitude:20°43′58.48″N, Elevation:552.7 m (Measuring with GPS)18h ຄວາມໜາແໜ້ນຂອງເງົາແສງອັດຕາເລັ່ງ

    ຄ່າ RMS ສະເລ່ຍຂອງ UD, EW, ແລະ NS ໃນແຖບຄວາມຖີ່ 1-20Hz ແມ່ນ 2.37E-07, 4.51E-07, ແລະ 3.35E-07, ການວິເຄາະການທົດສອບ ແລະ ການປະມວນຜົນ. ຂອງ​ສະ​ຖານທີຊົ່ວຄາວໃນ​ເມືອງ Meung ຈັດເປັນ​ລະ​ດັບ III ສັນຍານລົບກວນຈາກ​ສິ່ງ​ແວດ​ລ້ອມ​.

    3. ແຂວງຫຼວງນໍ້າທາ, ເມືອງ ນາແລ

    ດ້ານເຕັກນິກ: ສະຖານທີ Longitude:101°27′30.53″E, Latitude:20°32′53.30″N(Elevation:460.3m(Measuring with GPS), 35 ຊົ່ວໂມງຄວາມໜາແໜ້ນຂອງເງົາແສງອັດຕາເລັ່ງ, ຜ່ານການວິເຄາະການທົດສອບ ແລະ ການຄິດໄລ່ ປະມວນຜົນ, ຄ່າ RMS ສະເລ່ຍຂອງ UD, EW, ແລະ NS ໃນແຖບຄວາມຖີ່ 1-20Hz ແມ່ນ 1.88e-07, 1.12e-07, ແລະ 1.43e-07. ສະຖານທີ່ ເມືອງ ນາແລ ແມ່ນຈັດເປັນລະດັບ III ສັນຍານລົບກວນສິ່ງແວດລ້ອມ.

    1. ແຂວງ ຫຼວງພະບາງ, ເມືອງ ຈອມເພັດ:

    ດ້ານເຕັກນິກ: ສະຖານທີ່ Longitude:102°5′10.01″E, Latitude:19°54′25.96″N, Elevation:297.9m(Measuring with GPS). 46h ຄວາມໜາແໜ້ນຂອງເງົາແສງອັດຕາເລັ່ງ ຄ່າ RMS ສະເລ່ຍຂອງ UD, EW, ແລະ NS ໃນແຖບຄວາມຖີ່ 1-20Hz ແມ່ນ 7.67E-08, 7.34E-08, ແລະ 6.65E-08, ການວິເຄາະການທົດສອບ ແລະ ການປະມວນຜົນ, ສະຖານທີ່ ຂອງເມືອງຈອມເພັດ ແ່ມນຈັດລະດັບສັນຍານລົບກວນຈາກສິ່ງແວດລ້ອມລະດັບ II, ແລະ ຈັດລະດັບ I ໃນໄລຍະທີ່ສະຫງົບ.

    ຜ່ານການສໍາຫຼວດຂອງທີມງານວິຊາການ ກົມອຸຕຸນິຍົມ ແລະ ອຸທົກກະສາດ ສປປ ລາວ ແລະ ທີມງານຊ່ຽວຊານຈີນເຮັດວຽກ ຮ່ວມກັນໃນການສໍາຫວດພື້ນທີ່ມີຄວາມສ່ຽງຈະເກີດແຜ່ນດິນໄຫວ ເພື່ອເປັນຂໍໍ້ມູນໃນການກໍານົດຈຸດທີ່ຈະຂະຫຍາຍຕາໜ່າງ ສະຖານີ ຊຶ່ງຜ່ານການສໍາຫຼວດສາມາດເລືອກ ແລະ ໄດ້ບຸລິມະສິດທີ່ຈະສ້າງເພີ່ມ 4 ຈຸດທຳອິດຂອງສະຖານີຕິດຕາມ ແລະ  ວັດແທກແຜ່ນດິນໄຫວ ຄື: 1. ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ; 2. ເມືອງ ເມີງ ແຂວງ ບໍ່ແກ້ວ; 3. ເມືອງ ນາແລ ແຂວງ ຫຼວງນໍໍ້າທາ; 4. ເມືອງ ຈອມເພັດ ແຂວງ ຫຼວງພະບາງ.

    ປັດຈຸບັນໄດ້ລົງມື ຈັດຕັໍ້ງປະຕິບັດ ເຮັດໂຄງສ້າງສະຖານີຕິດຕາມ ແລະ  ວັດແທກແຜ່ນດິນໄຫວຕາມຈຸດດັ່ງກ່າວ; ເລີ່ມແຕ່ວັນທີ 21 ເດືອນ ສິງຫາ - 10 ກັນຍາ, 2023.

    1. ເມືອງຈອມເພັດ ແຂວງ ຫຼວງພະບາງ:ສຳເລັດໄປ 50%

    - ໃຊ້ເນື້ອທີ 8x7 ແມັດ, ເພື່ອວາງອຸປະກອນວັດແທກແຜ່ນດິນໄຫວເຊັ່ນ: ຂຸດຂຸມ 2 ແມັດກ້ອນ, ກໍແທ່ງ ສູງ 2 ແມັດ ຈາກພື້ນດີນ, ເພື່ອວາງເສົາອາກາດ ແລະ ສາຍສັນຍານ Gnss. 

     - ກໍແທ່ງ ວາງເຄື່ອງວັດແທກ ອັດຕາເລັ່ງຂອງພື້ນດິນຂະໜາດ 300 mm. 

     - ເຈາະຮູເລິກ 10 ແມັດ, ວາງທໍ່ຢາງກວ້າງ 300 mm, ຍາວ 12 ແມັດ, ເພື່ອຢ່ອນເຊັນເຊີ້ວັດແທກຄື້ນແຜ່ນດິນ ໄຫວ.  ການເຮັດວຽກ ທີ່ເມືອງຈອມເພັດ ແຂວງຫ ວງພະບາງ ແມ່ນໃຊ້ເວລາຫຼາຍວັນ ຍ້ອນສະພາບອາກາດ ແລະ ຫຼາຍສິ່ງບໍ່ອໍານວຍ ຄວາມສະດວກ. 

     

    1. ເມືອງ ຊຽງຮອນ ແຂວງໄຊຍະບູລີ ກໍາລັງກໍາໜົດພື້ນທີື່ ແລະ ເລີ່ມຂຸດຂຸມ

    - ໃຊ້ເນື້ອທີ 8x7 ແມັດ, ເພື່ອວາງອຸປະກອນວັດແທກແຜ່ນດິນໄຫວເຊັ່ນ: ຂຸດຂຸມ 2 ແມັດກ້ອນ, ກໍແທ່ງ ສູງ 4 ແມັດ ຈາກພື້ນດີນ, ເພື່ອວາງເສົາອາກາດ ແລະ ສາຍສັນຍານ Gnss.

     - ກໍແທ່ງ ວາງເຄື່ອງວັດແທກ ອັດຕາເລັ່ງຂອງພື້ນດິນຂະໜາດ 50 cm ວາງເຄື່ອງວັດແທກອັດຕາເລັ່ງ ຂອງ  ດິນ; ເຈາະຮູເລິກ 20 ແມັດ, ວາງທໍ່ຢາງກວ້າງ 300 ມີລີແມັດ, ຍາວ 22 ແມັດ, ແຕ່ພົບບໍ່ນ້ຳ,  ຈິ່ງມີການຢ໊ອດຊີເມັນລົງໄປ ເຫຼືອພຽງ 16 ແມັດ ເພື່ອຢ່ອນເຊັນເຊີ້ວັດແທກຄື້ນແຜ່ນດິນໄຫວ. 

    3. ເມືອງ ເມີງ ແຂວງ ບໍ່ແກ້ວ ກໍາລັງກໍາໜົດພື້ນທີ່ ແລະກໍາລັງເລີ່ມ, ໃຊ້ເນື້ອທີ 8x7 ແມັດ, ເພື່ອວາງອຸປະກອນວັດແທກແຜ່ນດິນໄຫວ  

    4. ເມືອງ ນາແລ ແຂວງ ຫຼວງນໍ້າມາ ວາງແຜ່ນຝັງ

    ຄາດວ່າການດໍາເນີນງານຂອງວິຊາການແຜ່ນດິນໄຫວ ຂອງພະແນກຕາໜ່າງ ແລະ ຊ່ຽວຊານ ຈາກ ສປ ຈີນ ຈະສູ້ຊົນດໍາເນີນງານ ໃຫ້ສໍາເລັດການກໍື່ສ້າງ ແລະ ຕິດຕັໍ້ງຈຸດຕິດຕາມ ແລະ ວັດແທກແຜ່ນດິນໄຫວໃຫ້ສໍາເລັດສົມບູນ ໃນທ້າຍເດ ອນກັນຍາ, 2023.

     

  • ພະແນກຕາໜ່າງສະຖານີອຸຕຸນິຍົມ ແລະ ແຜ່ນດິນໄຫວ

    ສາລະໜ້າຮູ້ແຜ່ນດິນໄຫວຕອນທີ2

         ຄື້ນແຜ່ນດິນໄຫວ (Seismic Wave) ແບ່ງອອກເປັນສອງເປັນສອງຊະນິດໄດ້ແກ່ ຄື້ນຫຼັກ ຫຼື Body wave ແລະ ຄື້ນຜິວພື້ນ Surface Wave.

     

    1. ຄື້ນ Body wave ເປັນຄື້ນທີ່ເດີນທາງຢູ່ພາຍໃນເນື້ອໂລກ Mantle ມີຊ່ວງຄື້ນລະຫ່ວາງ period range 0,01-50s.

        

    • ປະກອບດ້ວຍຄື້ນ P wave ຄືຄື້ນທໍາອິດ ແລະ S Wave ຄືນທີ2, ຄື້ນ P wave ເປັນຄືນຕາມຄວາມຍາວທີ່ເກີດຈາກຄວາມໄຫວສະເທືອນໃນຕົວກາງ, ໂດຍອະນຸພາກຂອງຕົວກາງເກີດການເຄື່ອນໄຫວໃນແບບອັດຂະຫຍາຍໄປໃນແນວທາງດຽວກັນກັບການເຄື່ອນທີ່ຂອງຄື້ນ, ຄື້ນຊະນິດນີ້ມີຄວາມສາມາດເຄື່ອນທີ່ຜ່ານຕົວກາງທີ່ມີສະຖານະເປັນຂອງແຂງແລະ ຂອງແຫຼວໄດ້ ຄື້ນ P wave ເປັນຄື້ນທີ່ສະຖານີວັດແທກແຮງສັ່ນສະເທືອນໄດ້ກ່ອນຄື້ນຊະນິດອື່ນໆໂດຍຄື້ນP ມີຄວາມໄວຢູ່ປະມານ 6-7km/s.
    • S Wave ເປັນຄື້ນທີ່ຕາມຂວາງທີ່ເກີດຈາກຄວາມໄຫວສະເທືອນໃນຕົວກາງໂດຍອະນຸພາກຂອງຕົວກາງເຄື່ອນໄຫວຕັ້ງສາກກັບການເຄື່ອນທີ່ຂອງຄື້ນມີທັງແນວລະນາບ N-S and W-Eຄື້ນຊະນິດນີ້ສາມາດເຄື່ອນທີ່ຜ່ານໄດ້ໃນສະເພາະຕົວກາງທີ່ມີສະຖານະເປັນຂອງແຂງເທົ່ານັ້ນຄື້ນ S ມີຄວາມໄວຢູ່ປະມານ 3-4 km/s.2. Surface Waveຄື້ນຜິວພື້ນ ເປັນຄື້ນທີ່ເຄື່ອນທີ່ຢູ່ເທີງຜິວໂລກ ມີຊ່ວງຄາບຄື້ນຢູ່ລະຫວ່າງ period 10-350s L Wave ແລະ ຄື້ນ R Wave.
    • ຄື້ນ L Wave ເປັນຄື້ນທີ່ເຮັດໃຫ້ອະນຸພາກຕົວກາງສັ່ນໃນແນວລະນາບ ມີລັກຊະນະເຄື່ອນທີ່ຄ້າຍຄືງູເລືອຍ ໂດຍມີທິດທາງຕັ້ງສາກ ກັບການເຄື່ອນທີ່ຂອງຄື້ນ.
    • ຄື້ນ R Wave ເປັນຄື້ນທີ່ເຮັດໃຫ້ອະນຸພາກຂອງຕົວກາງສັ່ນ ແລະ ໝຸນຕົວຂື້ນລົງເປັນຮູບວົງຣີໃນແນວດິ້ງ ມີທິດທາງດຽວກັບການເຄື່ອນທີ່ຂອງຄື້ນ

  • ຂ່າວປະຈຳອາທິດ

     ໂຄງການ ພັດທະນາຊົນນະບົດແບບປະສົມປະສານ ຢູ່ ເມືອງຫຼາ ແລະ ເມືອງນາໜໍ້ ແຂວງອຸດົມໄຊ (CCL – ODX)

    ການເຂົ້າຮ່ວມເປັນຄູຝຶກອົບຮົມ ການນໍາໃຊ້ແອັບ,ເວັບໄຊຂໍ້ມູນອຸຕຸກະເສດ ເຂົ້າໃນການວ່າງແຜນການຜະລິດກະສີກໍາຂອງຊາວກະສີກອນ ເພື່ອປັບຕົວເຂົ້າໃນການປ່ຽນແປງຂອງສະພາບອາກາດ ແລະ ເຕັກນິກການຈັດການດິນຄ້ອຍຊັນເພື່ອລຸດຜ່ອນການເຊາະເຈື່ອນ ແລະ ຮັກສາຄວາມອຸດົມສົມບູນຂອງດິນ ໃຫ້ແກ່ວິຊາການ ໂຄງການ ພັດທະນາຊົນນະບົດແບບປະສົມປະສານ ໃນລະຫ່ວາງ ວັນທີ 28 ເດືອນ ກຸມພາ  ຫາ 05 ມີນາ 2023 ຢູ່ ເມືອງຫຼາ ແລະ ເມືອງນາໜໍ້ ແຂວງອຸດົມໄຊ (CCL – ODX) 

  • ເຂົ້າຮ່ວມເຮັດວຽກກັບ ກົມກວດກາ ກຊສ

    ພະແນກນະໂຍບາຍ ເຂົ້າຮ່ວມເຮັດວຽກກັບ ກົມກວດກາ ກຊສ

  • ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດູ​ຝົນ

    ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດູ​ຝົນ​ກ່ຽວ​ກັບ “ການ​ເພີ່ມ​ທະ​ວີ​ຄວາມ​ທົນ​ທານ​ຕໍ່​ດິນ​ຟ້າ​ອາ​ກາດ ແລະ​ດິນ​ຟ້າ​ອາ​ກາດ​ໃນ​ປະ​ເທດ​ສະ​ມາ​ຊິກ RIMES ຜ່ານ​ການ​ສ້າງ​ຄວາມ​ສາ​ມາດ​ໃນ​ການ
    ​ຄາດ​ຄະ​ເນ​ຜົນ​ກະ​ທົບ– ໄລ​ຍະ​ທີ 2” ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ທັນ​ວາ 2022 ທີ່ Crowne Plaza, ນະ​ຄອນ​ຫລວງ​ວຽງ​ຈັນ, ສ​ປ​ປ.ລາວ
    .