ການຈັດຕັ້ງ

ກົມອຸຕຸປະກອບມີນິຕິບຸກຄົນດັ່ງນີ້:

                      • ທິດທາງທົ່ວໄປ
                      • ພະແນກເຄືອຂ່າຍອຸຕຸນິຍົມ ແລະ ແຜ່ນດິນໄຫວ
                      • ພະແນກພະຍາກອນອາກາດ ແລະ ເຕືອນໄພລ່ວງຫນ້າ
                      • ພະແນກການບິນ
                      • ພະແນກພູມອາກາດ ແລະ ອຸຕຸນິຍົມກະເສດສາດ
                      • ພະແນກອຸທົກກະສາດ
                      • ພະແນກການທົ່ວໄປ

ການບໍລິຫານກົມອຸຕຸ

ການບໍລິຫານຂອງກົມອຸຕຸປະກອບມີຫົວຫນ້າກົມ ແລະ ຮອງຫົວຫນ້າກົມ.

ເປັນການຄຸ້ມຄອງການບໍລິຫານຂອງກົມ. ລາຍງານໄປຍັງຮອງລັດຖະມົນຕີທີ່ດູແລກົມອຸຕຸ ແລະ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

     ພະແນກເຄືອຂ່າຍອຸຕຸນິຍົມ ແລະ ແຜ່ນດິນໄຫວ

ພະແນກນີ້ຮັບຜິດຊອບກ່ຽວກັບການຈັດການ ແລະ ການບຳລຸງຮັກສາສະຖານີອຸຕຸນິຍົມ, ສະຖານີແຜ່ນດິນໄຫວທົ່ວປະເທດ, ເລດ້າ, ໂຄງສ້າງພື້ນຖານດ້ານໄອທິຂອງກົມອຸຕຸ, ອຸປະກອນການຖ່າຍວິດິໂອ. 

              ພະແນກນີ້ມີ4ຫນ່ວຍດັ່ງນີ້. 

                      • ເລດ້າ
                      • ອຸປະກອນ
                      • ແຜ່ນດິນໄຫວ
                      • ໄອທີ

     ພະແນກພະຍາກອນອາກາດ ແລະ ເຕືອນໄພລ່ວງຫນ້າ

ພະແນກນີ້ຮັບຜິດຊອບກ່ຽວກັບການພະຍາກອນອາກາດໄລຍະສັ້ນ ແລະ ໄລຍະຍາວ (>1 ເດືອນ), ການກວດສອບສະຖານະການສະພາບອາກາດ, ການເຜີຍແຜ່ ແລະ ການເຕືອນໄພ. 

     ພະແນກນີ້ມີ3ຫນ່ວຍດັ່ງນີ້. 

                      • ການສື້ສານ 
                      • ການວິເຄາະ 
                      • ພະຍາກອນອາກາດ ແລະ ເຕືອນໄພລ່ວງຫນ້າ

ພະແນກການບິນ

ພະແນກນີ້ມີຫນ້າທີ້ເກັບກຳຂໍ້ມູນສະພາບອາກາດ ແລະ ເຜີຍແຜ່ສູ່ການບໍລິການເດີນອາກາດ. 

     ພະແນກນີ້ມີ3ຫນ່ວຍດັ່ງນີ້

                      • ການສັງເກດສະພາບອາກາດ. 
                      • ສະພາບອາກາດກ່ຽວກັບການບິນ.   ພະແນກນີ້ເຮັດວຽກຮ່ວມກັບການຄວບຄຸມການຈະລາຈອນທາງອາກາດ “ການບໍລິການນຳທາງຂອງການບິນລາວ” (ກະຊວງໂຍທາທິການ ແລະ ການຂົນສົ່ງ).
                      • ການສື່ສານ.

     ພະແນກພູມອາກາດ ແລະ ອຸຕຸນິຍົມກະເສດສາດ

ພະແນກນີ້ມີຫນ້າທີ່ເກັບຂໍ້ມູນສະພາບອາກາດ ແລະ ການເຜີຍແຜ່, ພະຍາກອນຕາມລະດູການເພື້ອການກະເສດ.

     ພະແນກນີ້ມີ3ຫນ່ວຍດັ່ງນີ້. 

                      • ຫນ່ວຍເກັບກຳຂໍ້ມູນ
                      • ຫນ່ວຍແຜ່ລະບາດ
                      • ຫນ່ວຍອຸຕຸນິຍົມ

     ພະແນກອຸທົກກະສາດ

ພະແນກນີ້ມີຫນ້າທີ່ລວບລວມ, ວິເຄາະ/ພະຍາກອນ ຂໍ້ມູນອຸທົກກະສາດ, ການຈັດການ ແລະ ການບຳລຸງຮັກສາສະຖານີນຳ້.

     ພະແນກນີ້ມີ4ຫນ່ວຍດັ່ງນີ້. 

                      • ຫນ່ວຍເກັບກຳຂໍ້ມູນ
                      • ການກວດສອບສະຖານີນຳ້ & ຫນ່ວຍຕິດຕັ້ງ
                      • ຫນ່ວຍພະຍາກອນອຸທົກກະສາດ
                      • ຫນ່ວຍສູນຝຶກອົບຮົມ. ສູນຝຶກອົບຮົມແມ່ນຕັ່ງຢູ່ແຂວງນະຄອນຫລວງວຽງຈັນ.

ພະແນກການທົ່ວໄປ

ພະແນກນີ້ແມ່ນສຳນັກງານເລຂາທິການ. ດຳເນີນການພາຍໃຕ້ດຳລັດລັດຖະມົນຕີ ຫມາຍເລກ 3165/ກຊ55 ວັນທີ 1/8/2017.

ພະແນກນີ້ຮັບຜິດຊອບບັນຫາດັ່ງນີ້:

                      • ການເງິນ
                      • ກົດຫມາຍ
                      • ການວາງແຜນ ແລະ ການຮ່ວມມື
                      • ການຈັດຊື້
                      • ບໍລິຫານງານທົ່ວໄປ
                      • ການຈັດການເອກະສານເຂົ້າ/ອອກ
                      • ການອະນຸຍາດໃຫ້ເຮັດວຽກສຳລັບທີ່ປຶກສາຕ່າງປະເທດ.