ສາລະໜ້າຮູ້ແຜ່ນດິນໄຫວຕອນທີ2

     ຄື້ນແຜ່ນດິນໄຫວ (Seismic Wave) ແບ່ງອອກເປັນສອງເປັນສອງຊະນິດໄດ້ແກ່ ຄື້ນຫຼັກ ຫຼື Body wave ແລະ ຄື້ນຜິວພື້ນ Surface Wave.

 

  1. ຄື້ນ Body wave ເປັນຄື້ນທີ່ເດີນທາງຢູ່ພາຍໃນເນື້ອໂລກ Mantle ມີຊ່ວງຄື້ນລະຫ່ວາງ period range 0,01-50s.

    

  • ປະກອບດ້ວຍຄື້ນ P wave ຄືຄື້ນທໍາອິດ ແລະ S Wave ຄືນທີ2, ຄື້ນ P wave ເປັນຄືນຕາມຄວາມຍາວທີ່ເກີດຈາກຄວາມໄຫວສະເທືອນໃນຕົວກາງ, ໂດຍອະນຸພາກຂອງຕົວກາງເກີດການເຄື່ອນໄຫວໃນແບບອັດຂະຫຍາຍໄປໃນແນວທາງດຽວກັນກັບການເຄື່ອນທີ່ຂອງຄື້ນ, ຄື້ນຊະນິດນີ້ມີຄວາມສາມາດເຄື່ອນທີ່ຜ່ານຕົວກາງທີ່ມີສະຖານະເປັນຂອງແຂງແລະ ຂອງແຫຼວໄດ້ ຄື້ນ P wave ເປັນຄື້ນທີ່ສະຖານີວັດແທກແຮງສັ່ນສະເທືອນໄດ້ກ່ອນຄື້ນຊະນິດອື່ນໆໂດຍຄື້ນP ມີຄວາມໄວຢູ່ປະມານ 6-7km/s.
  • S Wave ເປັນຄື້ນທີ່ຕາມຂວາງທີ່ເກີດຈາກຄວາມໄຫວສະເທືອນໃນຕົວກາງໂດຍອະນຸພາກຂອງຕົວກາງເຄື່ອນໄຫວຕັ້ງສາກກັບການເຄື່ອນທີ່ຂອງຄື້ນມີທັງແນວລະນາບ N-S and W-Eຄື້ນຊະນິດນີ້ສາມາດເຄື່ອນທີ່ຜ່ານໄດ້ໃນສະເພາະຕົວກາງທີ່ມີສະຖານະເປັນຂອງແຂງເທົ່ານັ້ນຄື້ນ S ມີຄວາມໄວຢູ່ປະມານ 3-4 km/s.2. Surface Waveຄື້ນຜິວພື້ນ ເປັນຄື້ນທີ່ເຄື່ອນທີ່ຢູ່ເທີງຜິວໂລກ ມີຊ່ວງຄາບຄື້ນຢູ່ລະຫວ່າງ period 10-350s L Wave ແລະ ຄື້ນ R Wave.
  • ຄື້ນ L Wave ເປັນຄື້ນທີ່ເຮັດໃຫ້ອະນຸພາກຕົວກາງສັ່ນໃນແນວລະນາບ ມີລັກຊະນະເຄື່ອນທີ່ຄ້າຍຄືງູເລືອຍ ໂດຍມີທິດທາງຕັ້ງສາກ ກັບການເຄື່ອນທີ່ຂອງຄື້ນ.
  • ຄື້ນ R Wave ເປັນຄື້ນທີ່ເຮັດໃຫ້ອະນຸພາກຂອງຕົວກາງສັ່ນ ແລະ ໝຸນຕົວຂື້ນລົງເປັນຮູບວົງຣີໃນແນວດິ້ງ ມີທິດທາງດຽວກັບການເຄື່ອນທີ່ຂອງຄື້ນ