ສາລະຫນ້າຮູ້ກ່ຽວກັບແຜ່ນດິນໄຫວ

ສາລະໜ້າຮູ້ຕອນທີ 1 ສາເຫດຂອງການເກີດແຜ່ນດິນໄຫວ

ແຜ່ນດິນໄຫວເປັນໜຶ່ງໃນໄພພິບັດ ທີ່ສາມາດກໍ່ໃຫ້ເກີດຄວາມເສຍຫາຍ ເປັນບໍລິເວນກ້ວາງ, ຊຶງອາດຈະກໍ່ໃຫ້ເກີດຄວາມສູນເສຍແກ່ຊີວິດ ແລະ ຊັບສີນໄດ້,


 ໂດຍໃນປັດຈຸບັນນັ້ນ ຍັງບໍ່ສາມາດຄາດເດົ່າ ຫຼື ທຳນາຍການເກີດແຜ່ນດິນໄຫວລ່ວງໜ້າໄດ້ ບໍ່ວ່າຈະເປັນຕໍ່າແໜ່ງ, ຈຸດສູນກາງເກີດແຜ່ນດິນໄຫວ ຫຼື ຄວາມຮຸນແຮງຂອງແຜ່ນໄຫວກໍ່ຕາມ ແຕ່ເຮົາສາມາດ ເລືອກສຶກສາ ຂະບວນການເກີດ ຫຼື ສາເຫດຂອງການເກີດແຜ່ນດິນໄຫວ ເພື່ອໃຫ້ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບໄພພິບັດໃຫ້ຫຼາຍຂື້ນໄດ້.

-ແຜ່ນດິນໄຫວເກີດຂື້ນຍ້ອນສາເຫດຫຼັກຢູ່ 2 ປະການເຊັ່ນ:

  1. ໄດ້ແກ່ແຜ່ນດິນໄຫວທີ່ເກີດຂື້ນຕາມທຳມະຊາດ ເຊິ່ງເກີດຈາກການເຄື່ອນທີ່ຂອງແຜ່ນເປືອກໂລກ ໂດຍສາມາດແບ່ງອອກເປັນອີກ2ທິດສະດີ 1 ການຂະຫຍາຍຕົວຂອງເປືອກໂລກ ເປັນແຜ່ນດິນໄຫວທີ່ເກີດຈາກການກົງຕົວ ຫຼື ໂຄ້ງຕົວ ເຮັດໃຫ້ສະສົມພະລັງງານຂື້ນ, ເມື່ອສະສົມພະລັງານຫຼາຍພໍສົມຄວນ ກໍ່ ຈະປົດປ່ອຍພະລັງງານອອກມາຈົນເຮັດໃຫ້ເກີດແຜ່ນໄຫວ.

* ສໍາຫຼັບແຜ່ນເປືອກໂລກ ມີດ້ວຍກັນ 7 ແຜ່ນຫຼັກ ຄື: ແຜ່ນປາຊີຟິກ, ແຜ່ນອາເມລິກາເໜືອ, ແຜ່ນອາເມລິກາໃຕ້, ແຜ່ນແອໄຣີກາ, ແຜ່ນຢູເຣເຊຍ, ແຜ່ນອິນເດຍ-ອອສເຕຣເລຍ ແລະ ແຜ່ນ ແອນຕາຣກຕິກ, ເຊິ່ງປະເທດລາວນັ້ນແມ່ນຕັ້ງຢູ່ບ່ອນແຜ່ນຢູເຣເຊຍ.

  1. ແຜ່ນດິນໄຫວທີ່ເກີດຈາກການເຄື່ອນຕົວຂອງຮອຍເລື່ອນ ເຊິ່ງເມື່ອຮອຍເລື່ອນມີການເຄື່ອນທີ່ ກໍ່ຈະ ກໍໃຫ້ເກີດການສະສົມພະລັງງານຂື້ນ ແລະ ເມື່ອສະສົມພະລັງານຫຼາຍພໍສົມຄວນກໍ່ຈະປົດປ່ອຍພະລັງານອອກມາ, ເປັນເຫດໃຫ້ເກີດແຜ່ນດິນໄຫວຕາມມາ, ເນື່ອງຈາກທີ່ຕັ້ງຂອງປະເທດລາວນັ້ນບໍ່ໄດ້ຢູ່ໃນບໍລິເວນຮອຍຕໍ່ຂອງແຜ່ນເປືອກໂລກ; ດັ່ງນັ້ນ ແຜ່ນດິນໄຫວທີ່ເກີດຂື້ນໃນລາວທັງໝົດ ຈຶ່ງມີສາເຫດຈາກຮອຍເລື່ອນພຽງຢ່າງດຽວເທົ່ານັ້ນ.

- ນອກຈາກນີ້ແລ້ວ ສາເຫດທີ່ສໍາຄັນຂອງການເກີດແຜ່ນດິນໄຫວໃນປະການທີ2 ຄືແຜ່ນດິນໄຫວທີ່ເກີດຈາກຝີມືຂອງມະນຸດ, ບໍ່ ວ່າຈະເປັນການທົດລອງອາວຸດນີວເຄຼຍ, ການລະເບີດເພື່ອເຮັດເໝືອງ ຫຼື ອື່ນໆ ທີ່ສາມາດເຮັດໃຫ້ເກີດແຜ່ນດິນໄຫວນັ້ນ.