Hydrology division

ພາລະບົດບາດ, ໜ້າທີ່ ແລະ ໂຄງຮ່າງການຈັດຕັ້ງພະແນກອຸທົກກະສາດ

ພາລະບົດບາດ ແລະ ໜ້າທີ່

ພະແນກອຸທົກກະສາດ ແມ່ນກົງຈັກການຈັດຕັ້ງນຶ່ງທີ່ຂຶ້ນກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີພາລະບົດບາດເປັນເສນາທິການທາງດ້ານວິຊາການໃຫ້ແກ່ ຄະນະນໍາ ຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຊຶ່ງຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກົມ.

ໜ້າທີ່ຕົ້ນຕໍ ຂອງພະແນກອຸທົກກະສາດ

          1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຂອງລັດຖະບານ, ກະຊວງ ແລະ ກົມ ວາງອອກໃຫ້ໄດ້ຮັບຜົນດີ;
          2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກົມ ມາເປັນໜ້າວຽກອັນລາຍລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ປະສິດທິຜົນສູງ ພາຍໃນພະແນກຂອງຕົນ;
          3. ສໍາຫຼວດ, ກໍ່ສ້າງ, ຕິດຕັ້ງ, ປັບປຸງ ແລະ ຂະຫຍາຍຕະໜ່າງະຖານີອຸທົກກະສາດ ໃນຂອບເຂດທົ່ວປະເທດ;
          4. ຄຸ້ມຄອງ, ນໍາໃຊ້, ບໍາລຸງຮັກສາ ແລະ ກວດສອບ ເຄື່ອງມືອຸປະກອນວັດແທກຂໍ້ມູນທາງດ້ານອຸທົກກະສາດ;
          5. ສໍາຫຼວດຂຶ້ນບັນຊີສະຖານີອຸທົກກະສາດ ຕາມລະບົບສາຍນໍ້າ/ອ່າງເເມ່ນໍ້າ ພ້ອມທັງວັດແທກ ແລະ ວິໄຈຂໍ້ມູນອຸທົກກະສາດ ຕາມສາຍນໍ້າ/ອ່າງແມ່ນໍ້າ ໃນຂອບເຂດທົ່ວປະເທດ;
          6. ຕິດຕາມ, ເກັບກໍາສັງລວມຂໍ້ມູນຕາມສະຖານີອຸທົກກະສາດ ເຊັ່ນ: ລະດັບນໍ້າ, ປະລິມານນໍ້າໄຫລ, ໜ້າຕັດທ້ອງນໍ້າ, ເກັບຕົວຢ່າງນໍ້າ, ຄຸນນະພາບນໍ້າ, ການຕົກຕະກອນນໍ້າ ແລະ ປັດໃຈອື່ນໆທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ;
          7. ຄົ້ນຄ້ວາ, ວິໃຈສະພາບອຸທົກກະສາດ, ພະຍາກອນລະດັບນໍ້າ, ປະລິມານນໍ້າໄຫລ ແລະ ໜ້າຕັດທ້ອງນໍ້າ;
          8. ສົມທົບກັບພາກສ່ວນກ່ຽວຂ້ອງ, ຕິດຕາມ ແລະ ລາຍງານສະພາບອຸທົກກະສາດໜ້າເຂື້ອນໄຟຟ້າ, ໃຕ້ເຂື່ອນໄຟຟ້າ ເພື່ອຄຸ້ມຄອງຄວາມປອດໄພຂອງເຂື່ອນໄຟຟ້າ, ລວມທັງ ເໝືອງຝາຍ-ຊົນລະປະທານ ແລະ ຄົມມະນາຄົມທາງນໍ້າ;
          9. ແລກປ່ຽນຂໍ້ມູນຂ່າວສານອຸທົກກະສາດ ກັບບັນດາອົງການຈັດຕັ້ງພາຍໃນ ແລະ ສາກົນ(ຕ່າງປະເທດ), ລວມທັງສູນຄຸ້ມຄອງໄພນໍ້າຖ້ວມ ຂອງ ຄະນະກໍາມະການແມ່ນໍ້າຂອງສາກົນ;
          10. ຄຸ້ມຄອງ, ນໍາໃຊ໊, ບໍາລຸງຮັກສາຫ້ອງວິໃຈຂໍ້ມູນທາງດ້ານອຸທົກກະສາດ ແລະ ນໍາໃຊ້ຕົວແບບຈໍາລອງອຸທົກກະສາດ;
          11. ສ້າງລະບຽບການ ແລະ ເອກະສານຄູ່ມືດ້ານອຸທົກກະສາດ ລວມທັງເຊື່ອມສານວິຊາອຸທົກກະສາດເຂົ້າໃນລະບົບການຮຽນການສອນ ຂອງ ຂະແໜງາກນສຶກສາ; 
          12. ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ຫົວໜ້າກົມ ເຊັ່ນ: ໜ້າທີ່, ຄວາມຮັບຜິດຊອບ, ການຄຸ້ມຄອງ-ບໍລິຫານ ທາງດ້ານການເງິນ-ຊັບສິນ ແລະ ເອກະສານພາຍໃນພະແນກຕົນ, ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານ ການເຄື່ອນໄຫວຂອງພະແນກຕົນຕໍ່ ຫົວໜ້າກົມ ຫຼື ຮອງກົມຜູ້ຊີ້ນໍາວຽກງານຢ່າງເປັນປົກກະຕິ.

        ໂຄງຮ່າງການຈັດຕັ້ງຂອງ ພະແນກອຸທົກກະສາດ, ກອຕທ.

 ທ່ານ ນ. ສອນເພັດ ໂພສາລາດ 

  ຕຳແໜ່ງ: ຫົວໜ້າພະແນກອຸທົກກະສາດ

  ຮຽນຈົບສາຂາວິຊາ: ປະລິຍາໂທ ວິສະວະກຳ ອຸທົກະສາດ

  ອີເມວ: sonephet.9999@gmail.com

  ໂທ: + 856 20 52 884 889

  ທ່ານ ແສງດົງເດືອນ ພຸທະໂນໄຊ 

  ຕຳແໜ່ງ: ຮອງຫົວໜ້າ ພະແນກອຸທົກກະສາດ

  ຮຽນຈົບສາຂາວິຊາ :

  ອີເມວ: phouthanoxay@yahoo.com

  ໂທ: + 856 20 56 631 799